Terms & Conditions

1. ບໍລິສັດ ເປັນຜູ້ຊ່ວຍໃນການສັ່ງຊື້ສິນຄ້າ, ນຳເຂົ້າສິນຄ້າຈາກປະເທດໄທ ແລະ ປະເທດຈີນຜ່ານແອັບພລິເຄຊັ່ນ: ຊັອບປີ້(Shopee), ລາຊາດາ(Lazada) ທີ່ໃຫ້ກັບລູກຄ້າຕາມທີ່ລູກຄ້າສັ່ງຊື້, ດ່ັງນັ້ນ ບໍລິສັດ ຈຶ່ງບໍ່ສາມາດຮັບຜິດຊອບຕໍ່ຄວາມເສຍຫາຍຂອງສິນຄ້າກໍລະນີທີ່ເກີດຈາກຮ້ານຄ້າປະເທດໄທ ແລະ ປະເທດຈີນເຊັ່ນ: ສິນຄ້າຜິດສີ, ຜິດແບບ, ຜິດຂະໜາດ, ໄດ້ຮັບອາໄຫຼ່ບໍ່ຄົບ ແລະ ອື່ນໆ, ເຖິງຢ່າງໃດກໍຕາມ ບໍລິສັດຍັງມີໜ້າທີ່ປະສານກັບຮ້ານຄ້າຈາກປະເທດຕົ້ນທາງເພື່ອທວງສິດ ແລະ ຜົນປະໂຫຍດໃຫ້ກັບລູກຄ້າໂດຍບໍ່ມີຄ່າທຳນຽມ ແຕ່ບໍລິສັດບໍ່ສາມາດຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກຮ້ານຄ້າທີ່ສົ່ງຈາກປະເທດຕົ້ນທາງໄດ້.

2. ສິນຄ້າທີ່ວາງຂາຍໃນແອັບຮັບປະກັນໄດ້ແມ່ນໂຕຈິງດຽວກັນກັບແອັບພລິເຄຊັ່ນ: ຊັອບປີ້(Shopee), ລາຊາດາ(Lazada).

3. ການຄິດໄລ່ຄ່າບໍລິການໃນການອໍເດີ້ສິນຄ້າຂອງບໍລິສັດແມ່ນບໍ່ມີຄ່າທຳນຽມໃດໆທັ້ງນັ້ນ ກໍລະນີມີການປ່ຽນແປງຂໍ້ຕົກລົງ ແລະ ເງື່ອນໄຂການໃຫ້ບໍລິການ ບໍລິສັດຈະແຈ້ງໃຫ້ລູກຄ້າຮັບຊາບກ່ອນການໃຫ້ບໍລິການ.

4. ຫ້າມນຳເຂົ້າ ຫຼື ສັ່ງຊື້ສິນຄ້າທີ່ຜິດກົດໝາຍຂອງ ສ.ປ.ປ. ລາວ ທຸກປະເພດ ກໍລະນີເກີດມີບັນຫາກັບສິນຄ້າດັ່ງກ່າວ ບໍລິສັດຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນທຸກໆກໍລະນີ.

5.ສິນຄ້າທີ່ຢູ່ນອກເໜືອຈາກຄວາມຮັບຜິດຊອບຂອງບໍລິສັດ ແລະ ບໍ່ສາມາດເຄມເງິນຄືນໄດ້ທຸກໆກໍລະນີມີດັ່ງນີ້: - ສິນຄ້າທີ່ສ່ຽງຕໍ່ການແຕກຫັກງ່າຍເຊັ່ນ: ສິນຄ້າປະເພດແກ້ວ, ກະຈົກ, ເຊລາມິກ, ພລາສຕິກ, ຫີນອ່ອນ, ເຄື່ອງສຳອາງ, ສິນຄ້າທີ່ມີສ່ວນປະກອບຂອງແກ້ວ, ກະເບື້ອງ ແລະ ອື່ນໆ. - ສິນຄ້າປະເພດເຟີນິເຈີ, ງານໄມ້ທຽມ, ງານໄມ້ແທ້ ເຊິ່ງອາດຈະມີຮອຍແຕກຫັກ ຫຼື ບຸ້ມ, ຫັກ ຫຼື ມີຮອດຂີດໄລຍະການຂົນສົ່ງ ລວມເຖິງກ່ອນພັດສະດຸທີ່ມີຮອຍບຸ້ມ ຫາກລູກຄ້າຕ້ອງການເພີ່ມຄວາມປອດໄພໃນສິນຄ້ານັ້ນໆ ສາມາດເພີ່ມຕົວເລືອກໃນຂັ້ນຕອນການສັ່ງຊື້ຕີລັງໄມ້ເພີ່ມກ່ອນການຈັດສົ່ງໄດ້. - ສິນຄ້າທີ່ເກີດຈາກບັນຫາໄພທຳມະຊາດເຊັ່ນ: ເຊື້ອລາ, ຂີ້ໝ້ຽງ, ການຈີກຂາດ, ການລະເຫີຍ, ການລະລາຍ ເປັນຕົ້ນ. - ຄວາມລ່າຊ້າຈາກການຂົນສົ່ງ ທີ່ມີສາເຫດເກີດຈາກວັນພັກຍາວ, ເຫດການສຸດວິໄສຈາກການກວດດ່ານທີ່ເຂັ້ມງວດ, ສົງຄາມ, ການຢຸດວຽກ, ການແຜ່ລະບາດຂອງເຊື້ອພະຍາດຕ່າງໆ ຫຼື ຄວາມເສຍຫາຍທີ່ເກີດຈາກໄພທຳມະຊາດເຊັ່ນ: ພາຍຸ, ນໍ້າຖ້ວມ, ແຜ່ນດິນໄຫວ ແລະ ອື່ນໆ. - ກ່ອງບັນຈຸສິນຄ້າເກີດຄວາມເສຍຫາຍ ຫຼື ບຸ້ມເລັກນ້ອຍ ເຊິ່ງບໍ່ມີຜົນຕໍ່ການໃຊ້ງານຂອງສິນຄ້າ.

6. ບໍລິສັດມີໜ້າທີ່ໃນການສັ່ງຊື້ສິນຄ້າຕາມລາຍການທີ່ຮ້ານມີທີ່ລູກຄ້າສັ່ງຊື້ ແລະ ໃນຕົວເລືອກລິ້ງເທົ່ານັ້ນ ກໍລະນີລູກຄ້າໝາຍເຫດສິນຄ້າອື່ນນອກເໜືອຈາກລິ້ງທີ່ມີໃນຮ້ານຄ້າ ຖ້າຫາກສິນຄ້າມາບໍ່ຖືກຕ້ອງ ບໍລິສັດຈະບໍ່ຮັບຜິດຊອບຕໍ່ລາຍການສັ່ງຊື້ສິນຄ້ານັ້ນໆ.

7. ການແຈ້ງເຄມສິນຄ້າ ກໍລະນີລູກຄ້າໄດ້ຮັບສິນຄ້າ ແລະ ພົບບັນຫາທີ່ເກີດກັບສິນຄ້າ ກາລຸນາຖ່າຍວິດີໂອກ່ອນເປີດກ່ອງທຸກຄັ້ງ ແລະ ສົ່ງຄຳຮ້ອງມາຕາມຊ່ອງທາງຕ່າງໆຂອງບໍລິສັດເຊັ່ນ: ຜ່ານຟັງຊັ່ນເຄມສິນຄ້າໃນແອັບພລິເຄຊັ່ນ, ຜ່ານເບີ Whatsapp (+856)2079999044, (+856)2079999055. - ໄລຍະເວລາການແຈ້ງເຄມເງິນໄດ້ແມ່ນພາຍໃນ 7ວັນ ພາຍຫຼັງສິນຄ້າຮອດສາງປະເທດລາວພາຍຫຼັງທີ່ພະນັກງານແຈ້ງລູກຄ້າແລ້ວ(ບໍ່ລວມມື້ພັກລັດຖະການ) ຖ້າຫາກເກີນໄລຍະເວລາທີ່ກຳນົດ ບໍລິສັດຂໍສະຫງວນສິດບໍ່ຮັບການຮ້ອງຮຽນ ແລະ ການແຈ້ງເຄມສິນຄ້າ ດັ່ງນັ້ນ ລູກຄ້າຄວນມາຮັບສິນຄ້າ ເພື່ອສິດຜົນປະໂຫຍດຂອງລູກຄ້າໃນການກວດສອບສິນຄ້າ ແລະ ການແຈ້ງເຄມສິນຄ້າ. - ຂັ້ນຕອນໃນການກວດສອບການຮ້ອງຮຽນ ແລະ ການເຄມສິນຄ້າ ຈະຕ້ອງໃຊ້ເວລາປະມານ 7-15 ວັນລັດຖະການ(ບໍ່ລວມວັນອາທິດ ແລະ ວັນຢຸດທາງລັດຖະການ) ໄລຍະເວລາການກວດສອບຂຶ້ນກັບບັນຫາຂອງແຕ່ລະກໍລະນີ ແລະ ໄລຍະເວລາການຕອບກັບຂອງຮ້ານຄ້າຈາກປະເທດຕົ້ນທາງ ສຳລັບຄວາມຮັບຜິດຊອບທັງໝົດທີ່ເກີດຂຶ້ນຢູ່ກັບຮ້ານຄ້າຈາກປະເທດຕົ້ນທາງເທົ່ານັ້ນ. - ກໍລະນີທີ່ຈະຕ້ອງມີການຈັດສົ່ງສິນຄ້າກັບຄືນໄປຮ້ານຄ້າປະເທດຕົ້ນທາງເພື່ອປ່ຽນສິນຄ້າ ລູກຄ້າຕ້ອງເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍຄ່າດຳເນີນການຈັດສົ່ງສິນຄ້າໄປຫາຮ້ານຄ້າປະເທດຕົ້ນທາງດ້ວຍໂຕເອງ ແລະ ບໍລິສັດຈະບໍ່ຮັບຜິດຊອບຕໍ່ຄວາມສ່ຽງ ຫຼື ການລ້າຊ້າໃດໆໃນທຸກກໍລະນີທີ່ປ່ຽນສິນຄ້າ. - ບໍລິສັດບໍ່ມີນະໂຍບາຍໃນການຈັດສົ່ງສິນຄ້າໄປຫາປະເທດຈີນ ຫຼື ປະເທດໄທ ເນື່ອງຈາກຂອງບໍລິສັດເປັນພຽງຜູ້ຊ່ວຍສິນຄ້າ ແຕ່ບໍ່ແມ່ນເຈົ້າຂອງສິນຄ້າ ແຕ່ທາງບໍລິສັດເຮັດໜ້າທີ່ເປັນສ່ວນກາງໃນການຕິດຕໍ່ປະສານງານກັບຮ້ານຄ້າຈາກປະເທດຕົ້ນທາງເພື່ອເຮັດໜ້າທີ່ປ່ຽນຄືນສຶນຄ້າເທົ່ານັ້ນ.

8. ໄລຍະການຂົນສົ່ງສິນຄ້າຈະເປັນໄປຕາມມາດຕະຖານຂອງບໍລິສັດດັ່ງລຸ່ມນີ້: - ໄລຍະການຂົນສົ່ງສິນຄ້າຈາກປະເທດໄທ ຈະໃຊ້ເວລາປະມານ 2-4 ວັນ ຮອດນະຄອນຫຼວງວຽງຈັນ(ສຳລັບສິນຄ້າທີ່ສັ່ງຈາກແອັບເຄຊັ່ນຊັອບປີ້(Shopee), ລາຊາດາ(Lazada) ແຕ່ເປັນສິນຄ້າທີ່ສົ່ງຈາກຕົ້ນທາງທີ່ບໍ່ແມ່ນປະເທດໄທ ຈະໃຊ້ເວລາປະມານ 5 – 10ວັນ ). - ໄລຍະເວລາການຂົນສົ່ງຈາກປະເທດຈີນ ຈະໃຊ້ເວລາປະມານ 5 – 10ວັນ ພາຍຫຼັງສິນຄ້າຮອດສາງຢູ່ປະເທດຈີນ.

9. ຄ່າບໍລິການຂົນສົ່ງພັດສະດຸລະຫວ່າງປະເທດ ຈະຄິດໄລ່ຈາກຂະໜາດ, ນໍ້າໜັກ ແລະ ແຍກປະເພດເມື່ອພັດສະດຸຮອດສາງນະຄອນຫຼວງວຽງຈັນ ດັ່ງລາຍລະອຽດລຸ່ມນີ້: ( ລາຍລະອຽດໃນ Excel )

10. ຮູບພາບສິນຄ້າຂອງຮ້ານບາງຄັ້ງອາດຈະແຕກຕ່າງຈາກສິນຄ້າໂຕຈິງທີ່ຈະໄດ້ຮັບ ເນື່ອງຈາກມີການຕົບແຕ່ງຮູບພາບທີ່ມີຄວາມສວຍງາມທີ່ອາດຈະເຮັດໃຫ້ມີການໄດ້ຮັບສິນຄ້າທີ່ແຕກຕ່າງ ຫຼຶ ຜິດພ້ຽນໄປຈາກຮູບໃນຮ້ານຄ້າທີ່ວາງຂາຍ ເຊິ່ງທາງບໍລິສັດຈະບໍ່ຮັບຜິດຊອບໂດຍກົງແທນຮ້ານຄ້າໄດ້.

11. ສໍາລັບບໍລິການຂົນສົ່ງລະຫວ່າງປະເທດ ບໍລິສັດຂໍສະຫງວນໃນການສຸ່ມກວດສິນຄ້ານຳເຂົ້າ ສ.ປ.ປ.ລາວ ແລະ ກໍລະນີເກີດມີບັນຫາກັບສິນຄ້າດັ່ງກ່າວເຊັ່ນ: ສິ່ງເສບຕິດ, ສິນຄ້າຜິດກົດໝາຍ, ສິນຄ້າລະເມີດລິຂະສິດ ແລະ ອື່ນໆ ທາງບໍລິສັດຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນທຸກກໍລະນີ.

12. ພາຍຫຼັງສິນຄ້າຖືກຈັດສົ່ງຮອດສາງຢູ່ປະເທດລາວ ລູກຄ້າສາມາດຝາກສິນຄ້າໄດ້ບໍ່ເກີນ 7 ວັນ, ຖ້າຫາກເກີນໃນໄລຍະເວລາກຳນົດທາງບໍລິສັດຈະຄິດໄລ່ຄ່າບໍລິການ 3% ຂອງມູນຄ່າຈັດສົ່ງສິນຄ້າຕໍ່ວັນ ແລະ ຖ້າຫາກສິນຄ້າຄ້າງຢູ່ສາງປະເທດລາວເກີນ 60ວັນ ທາງບໍລິສັດໃນການນຳສິນຄ້າດັ່ງກ່າວໄປຂາຍເພື່ອທົດແທນຄ່າຂົນສົ່ງຈາກປະເທດຕົ້ນທາງມາປະເທດລາວໂດຍບໍ່ຕ້ອງແຈ້ງໃຫ້ລູກຄ້າຮັບຊາຍລວ່ງໜ້າ ແລະ ບໍລິສັດຂໍສະຫງວນສິດໃນການບໍ່ສົ່ງຄືນຄ່າສິນຄ້ານັ້ນໆທຸກກໍລະນີ.

13. ກໍລະນີລູກຄ້າຊຳລະຄ່າສິນຄ້າແລ້ວ ຈະບໍ່ສາມາດຍົກເລີກ ຫຼື ປ່ຽນແປງການສັ່ງຊື້ສິນຄ້າໄດ້ທຸກໆກໍລະນີ.

14. ບໍລິສັດຂໍສະຫງວນສິດໃນການປ່ຽນແປງຂໍ້ຕົກລົງ ແລະ ເງື່ອນໄຂການໃຫ້ບໍລິການໂດຍບໍ່ຕ້ອງແຈ້ງລວ່ງໜ້າໄດ້ຮັບຊາບ.

15. ຖ້າຫາກລູກຄ້າດຳເນີນການສັ່ງຊື້ສິນຄ້າກັບບໍລິສັດ ຈະຖືວ່າລູກຄ້າຍິນຍອມ ແລະ ຍອມຮັບໃນບັນດາຂໍ້ຕົກລົງຕ່າງໆດ້ານເທິງທຸກໆປະການ.